Уважаемые педагоги!
Просим вас принять участие в опросе, который проводит исследовательская группа Российского государственного педагогического университета им. А. И. Герцена (Россия, Санкт-Петербург). Участие в опросе анонимно, а все полученные данные будут анализироваться и представляться только в обобщенном виде на научных конференциях и в научных статьях. Участие в исследовании займет около 10 минут Вашего времени. По любым вопросам, связанным с исследованием, Вы можете обратиться к куратору Обласовой Анне (oblasova_av@mail.ru).
Ваше участие в исследовании поможет разработать актуальную концепцию российского образования, которая будет удобной и полезной для школ и детских садов вашей родной страны, поможет сделать российское образование более доступным и удобным для всех желающих его получить.
В России каждый гражданин имеет право на бесплатное образование в детском саду и школе с 1,5 лет, основное общее образование является обязательным (до 14-15 лет). Оканчивая школу ученик может продолжить получение прикладного образования (после основного общего) или научного (после среднего общего образования), после окончания школы образование может быть бесплатным (за счет государства) или платным в зависимости от академических успехов ученика. Российское образование предусматривает не только интеллектуальное развитие, но также патриотическое, эстетическое, физическое, предполагает знакомство учеников с различными культурами и религиями, предусматривает особые потребности учащихся с ОВЗ, ориентирована на развитие личностного потенциала учащихся.
Предлагаем вам ознакомиться с моделью российского образования, а далее ответить на вопросы анкеты.
ການສໍາຫຼວດຂອງຄູອາຈານກ່ຽວກັບຄວາມກ່ຽວຂ້ອງຂອງການນໍາໃຊ້ພາກປະຕິບັດ ຕົວຈິງ ຂອງ ການສຶກສາໃນລັດເຊຍ
ທ່ານຄູອາຈານທີ່ເຄົາລົບຫຼາຍ!
ພວກເຮົາຂໍຮ້ອງມາຍັງທ່ານເຂົ້າຮ່ວມໃນການສໍາຫຼວດຄວາມເຫັນທີ່ດໍາເນີນໂດຍທີມງານຄົ້ນຄວ້າ ຂອງ ມະຫາວິທະຍາໄລສ້າງຄູແຫ່ງລັດ ອ.ອ. ກຽກເຊັນ, ຣັດເຊຍ. ການເຂົ້າຮ່ວມໃນການສໍາຫຼວດນີ້ແມ່ນຈະບໍ່ໃສ່ຊື່ຂອງຜູ້ເຂົ້າຮ່ວມ ແລະ ຂໍ້ມູນທັງໝົດທີ່ໄດ້ຮັບຈະນໍາໄປວິເຄາະ ແລະ ນໍາສະເໜີໃນຮູບແບບສັງລວມເອົາເທົ່ານັ້ນ ທີກອງປະຊຸມວິທະຍາສາດ ແລະ ຫົວບົດຂຽນດ້ານວິທະຍາສາດ.. ການເຂົ້າຮ່ວມຄົ້ນຄ້ວາວິໃຈໃນຄັ້ງນີ້ຈະໃຊ້ເວລາປະມານ 10 ນາທີ ຂອງທ່ານ. ສໍາລັບຄໍາຖາມໃດກໍ່ຕາມທີ່ກ່ຽວຂ້ອງກັບການຄົ້ນຄ້ວາ, ທ່ານສາມາດຕິດຕໍ່ຫາຜູ້ຄຸ້ມຄອງ ທ່ານນາງ ອານນາ ໂອບລາໂຊວາ (oblasova_av@mail.ru).
ການເຂົ້າຮ່ວມຂອງທ່ານ ຈະຊ່ວຍໃຫ້ພັດທະນາແນວຄວາມຄິດທີ່ທັນສະໄໝຂອງລະບົບການສຶກສາລັດເຊຍ, ເຊິ່ງຈະເປັນປະໂຫຍດ ແລະ ສະດວກສະບາຍສໍາລັບໂຮງຮຽນ ແລະ ໂຮງຮຽນອະນຸບານໃນປະເທດຂອງທ່ານ, ຊ່ວຍເຮັດໃຫ້ການສຶກສາຂອງລັດເຊຍມີຄວາມສະດວກສະບາຍຫຼາຍຂຶ້ນ ແລະ ເຂົ້າເຖິງໄດ້ງ່າຍສໍາລັບທຸກຄົນທີ່ຕ້ອງການ, ຢາກໄດ້ຮັບການສຶກສາທີ່ຣັດເຊຍ.
ທີ່ລັດເຊຍ, ພົນລະເມືອງທຸກຄົນມີສິດ ໄດ້ຮັບການສຶກສາໂດຍບໍ່ເສຍຄ່າໃນໂຮງຮຽນອະນຸບານ ແລະ ໂຮງຮຽນ ແຕ່ອາຍຸ 1 ປີເຄິ່ງຂຶ້ນໄປ. ການສຶກສາພື້ນຖານແມ່ນບັງຄັບ (ຈົນກ່ວາອາຍຸ 14-15 ປີ). ຫຼັງຈົບຊັ້ນມັດທະຍົມຕອນປາຍ, ນັກຮຽນສາມາດສືບຕໍ່ການສຶກສາແບບປະຍຸກ (ຫຼັງຈາກຊັ້ນພື້ນຖານ) ຫຼື ແບບວິຊາການ/ທາງດ້ານວິທະຍາສາດ (ຫຼັງຈາກຊັ້ນມັດທະຍົມຕອນປາຍ). ຫຼັງຈົບໂຮງຮຽນ, ການສຶກສາອາດຈະບໍ່ໄດ້ເສຍຄ່າ (ໂດຍການອຸດໜູນຈາກລັດ) ຫຼື ເສຍຄ່າຮຽນ ເຊິ່ງຂຶ້ນກັບຜົນສຳເລັດດ້ານການຮຽນຂອງນັກຮຽນ.
ການສຶກສາໃນລັດເຊຍບໍ່ພຽງແຕ່ຮັບປະກັນການພັດທະນາທາງດ້ານສະຕິປັນຍາ ເທົ່ານັ້ນ, ແຕ່ຍັງມີການສຶກສາອົບຮົມນໍ້າໃຈຮັກຊາດ, ດ້ານສິນລະທຳ ແລະ ຄວາມງາມ, ດ້ານຮ່າງກາຍ, ຮຽນຮູ້ກ່ຽວກັບວັດທະນະທໍາ ແລະ ສາສະໜາຕ່າງໆ, ຮອງຮັບຄວາມຕ້ອງການພິເສດຂອງນັກຮຽນທີ່ມີຂໍ້ຈໍາກັດດ້ານຮ່າງກາຍ, ແລະ ມຸ່ງໃສ່ການພັດທະນາພອນສະຫວັນສ່ວນຕົວຂອງນັກຮຽນ ເປັນຕົ້ນ.
ພວກເຮົາສະເຫນີມາຍັງບັນດາທ່ານ ທໍາຄວາມຮູ້ຈັກກັບຕົວແບບຂອງລະບົບການສຶກສາໃນລັດເຊຍ ຕາມດ້ານລຸ່ມນີ້, ແລ້ວຕອບຄໍາຖາມໃນແບບຢ່າງການສໍາຫຼວດ.
ແບບສອບຖາມ ກ່ຽວກັບ ລະບົບການສຶກສາລັດເຊຍ